http://lao.voanews5aitmne6gs2btokcacixclgfl43cv27sirgbauyyjylwpdtqd.onion/a/lao-police-arrested-13-935-men-and-seized-over-80-tons-of-drugs-in-2-years/7162096.html
ສ່ວນຢາເສບຕິດ ແລະສານເຄມີທີ່ທາງການລາວຢຶດໄດ້ຈາກການຈັບກຸມໃນໄລຍະດັ່ງກ່າວນີ້ກໍມີນໍ້າໜັກລວມເກີນກວ່າ 80 ໂຕນ, ເປັນຕົ້ນແມ່ນຢາບ້າທີ່ຢຶດໄດ້ຫຼາຍກວ່າ 285 ລ້ານເມັດ, ຜົງຢາບ້າຫຼາຍກວ່າ 59 ກິໂລກຣາມ, ຢາໄອຊ໌ຫຼາຍກວ່າ 7,193 ກິໂລກຣາມ, ເຮໂຣອິນຫຼາຍກວ່າ 507 ກິໂລກຣາມ, ກັນຊາແຫ້ງຫຼາຍກວ່າ 20 ໂຕນ, ຝິ່ນຫຼາຍກວ່າ 380 ກິໂລກຣາມ, ເຄຕາມິນຫຼາຍກວ່າ 2.5 ໂຕນ, ຢາອີຫຼາຍກວ່າ 20 ກິໂລກຣາມ, ຄາເຟອິນຫຼາຍກວ່າ 168 ກິໂລກຣາມ, ໂຄເຄນຫຼາຍກວ່າ 3 ກິໂລກຣາມ, ສານເຄມີທີ່ນໍາໃຊ້ເຂົ້າໃນການຜະລິດຢາເສບຕິດຫຼາຍກວ່າ 51 ໂຕນ, ພ້ອມດ້ວຍອາວຸດປືນ-ຍານພາຫະນະ...