http://lao.voanews5aitmne6gs2btokcacixclgfl43cv27sirgbauyyjylwpdtqd.onion/a/pork-product-business-that-launch-in-vientiane-capitol/7117654.html
ນາງກິ່ງຈານ ໄຊຍະເສນ (ຈູ່ລີ້), ເຈົ້າຂອງທຸລະກິດ ໂຮງງານໝູຢໍ່ປ້າລີ ຕັ້ງຢູ່ບ້ານອຸດົມຜົນ, ເມືອງໄຊທານີ, ກໍາແພງນະຄອນຫຼວງວຽງຈັນ ກ່າວໃຫ້ຟັງວ່າ ເລີ້ມຕົ້ນທໍາອິດ ແມ່ນມາຈາກຄວາມຕ້ອງການຢໍ່ໝູ ມາເປັນສ່ວນປະກອບຂອງເຂົ້າຈີ່ປາເຕ່ທີ່ຄອບຄົວຂາຍຢູ່ ໃນປີ 2005, ເມື່ອເຫັນວ່າມີຄົນມັກໃນລົດຊາດ ແລະກໍຖືກກວ່າຕະຫຼາດ ຈຶ່ງໄດ້ຂະຫຍາຍການຜະລິດມາເລື້ອຍໆຈາກ 20 ກິໂລໃນແຕ່ລະມື້ ມາເປັນ 40 ກິໂລ, ໂດຍເພີ້ມຂຶ້ນເລື້ອຍໆມາເປັນ 400 ຫາ 700 ກິໂລຕາມລໍາດັບ. ແນວໃດກໍຕາມ, ເນື່ອງຈາກຄວາມຕ້ອງການຂະຫຍາຍກວ້າງຂຶ້ນ ແລະເປັນທີ່ຮູ້ ຈັກຫຼາຍຂຶ້ນໃນຊ່ວງໂຄວິດ...